ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົດ​ຕັງ​ Altay ທີ່​ປະຈຳການ​ໃນ​ກອງທັບ​ຕວກ​ກີ


     ລົດ​ຕັງ​ ​ລຸ້ນ Altay ຂອງ​ຕວກ​ກີ​ແມ່ນ​ຜະລິດ​ໂດຍ​ບໍລິສັດ BMC ເຊິ່ງ​ເປັນ​ບໍລິສັດ​ຂອງຕວກ​ກີ​ເອງ​ທີ່​ຕັ້ງ​ຢູ່​ໃນ​ປະເທດ​ຕົນ​ເອງ. ລົດ​
ຕັງ Altay ລຸ້ນ​ນີ້​ມີ​ຄວາມ​ແຕກ​ຕ່າງ​ຈາກ​ລຸ້ນ​ອື່ນໆ​ຫຼາຍ ພ້ອມ​ທັງ​ມີ​ຄວາມ​ສາມາດ​ທີ່​ຫຼາກ​ຫຼາຍ. ໂດຍ​ລົດ​ຕັ້ງ​ລຸ້ນ​ນີ້, ຕິດ​ອາວຸດ​ປືນ​ໃຫຍ່
ເຊິ່ງ​ມີ​ຂະໜາດ​ລຳ​ກ້ອງ 120 ​ມມ, ຕິດ​ຕັ້ງ​ປືນ​ກົນ​ຮ່ວມ​ແກນ​ຂະໜາດ 7,62 ​ມມ ແລະ ສາມາດ​ບັນຈຸ​ລູກ​ກະ​ສູນ​ປືນ​ໃຫຍ່​ລົດ​ຕັງ​ຂະ
ໜາດ 120 ​ມມ ໄດ້​ຄັ້ງ​ລະ 40 ລູ​​ກ. ພ້ອມ​ນັ້ນ​ລົດ ​ຕັງ​ລຸ້ນ​ດັ່ງກ່າວ​ຍັງ​ໄດ້​ຕິດ​ຕັ້ງ​ລະບົບ​ປ້ອງ​ກັນ​ລຸ້ນ Active Protection System,
ຕິດ​ຕັ້ງ​ເກາະ​ປ້ອງ​ກັນ​ທີ່​ມີ​ຄຸນ​ນະ​ພາບ​ດີ​ທົນ​ທານ​ຕໍ່​ລູກ​ກະ​ສູນ ແລະ ທຸ້ນ​ລະເບີດ, ຕິດ​ຕັ້ງ​ລະບົບ​ຄວບ​ຄຸມ​ການ​ຍິງ ແລະ ລະບົບ​ຄວບ​ຄຸມ
​ລົດ​ທີ່​ສ້າງ​ຂຶ້ນ​ມາ​ໃນ​ຮູບ​ແບບ​ໃໝ່​ທີ່​ມີ​ຄວາມ​ທັນ​ສະ​ໝັນ, ຂັບ​ເຄື່ອນ​ດ້ວຍ​ເຄື່ອງ​ຈັກ​ທີ່​ໃຊ້​ນ້ຳມັນກະຊວນ​ລຸ້ນ  DV27K ທີ່​ມີ​ກຳລັງ​ແຮງ
1,500 Hp ເຊິ່ງ​ເປັນ​ລະບົບ​ດຽວ​ກັນ​ກັບ​ເຄື່ອງ​ຈັກ​ທີ່​ໃຊ້​ກັບ​ລົດ​ຕັງ​ລຸ້ນ K2 Black Panther ຂອງ ສ ເກົາຫຼີ ແລະ ລະບົບ​ອື່ນໆ​ທີ່​ມີ​
ຄວາມ​ຈຳເປັນ​ທີ່​ຜະລິດ​ຂຶ້ນ​ໂດຍ​ຕວກ​ກີ​ເອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/03/2024